ປະທານ ປະເທດຫວຽດນາມ ເຂົ້າຮ່ວມວັນບຸນມະຫາສາມັກຄີ
ທົ່ວປວງຊົນທັງຊາດ ຄົບຮອບ 93 ປີ
ໜັງສືພິມກອງທັບຫວຽດນາມ ລາຍງານວັນທີ 12 ພະຈິກ, ເນື່ອງໃນໂອກາດສະເຫຼີມສະຫຼອງ 93 ປີ ວັນສ້າງ ຕັ້ງແນວໂຮມ ປະ
ເທດຊາດຫວຽດນາມເອກະພາບແຫ່ງຊາດ (18-11-1930/18-11-2023), ຕອນເຊົ້າວັນທີ 11 ພະຈິກ, ທ່ານ ຫວໍ ວັນ ເຖືອງ ປະທານ
ປະເທດຫວຽດນາມ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ກັບພໍ່ແມ່ປະຊາຊົນບັນດາເຜົ່າ ຢູ່ບ້ານ ໄຊຢຶງ, ຕາແສງ
ຊວຍຈາຍ, ເມືອງ ເຊີນຮວ່າ, ແຂວງ ຝຸອຽນ ແລະ ເຂດຊຸມຊົນເລກ 10, ຕາແສງ ຮວ່າຮຽນບັກ, ເມືອງ ລຽນຈຽວ, ນະຄອນດານັງ.
ທ່ານ ປະທານປະເທດຫວຽດນາມ ເນັ້ນໜັກວ່າ: ຈິດໃຈມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນມູນເຊື້ອອັນລໍ້າຄ່າຂອງຊາດ.
ດ້ວຍອັດຕາຄອບຄົວທຸກຍາກຍັງຢູ່ລະດັບສູງ, ໜ້າທີ່ສຳຄັນແຖວໜ້າຂອງປະຊາຊົນຕາແສງ ຊວຍຈາຍ ແມ່ນສາມັກຄີກັນລົບລ້າງຄວາມ
ອຶດຫິວຫຼຸດ ຜ່ອນຄວາມ ທຸກຍາກແບບຍືນຍົງ, ສູ້ຊົນທຸກໆປີ, ອັດຕາຄອບຄົວທຸກຍາກຈະຫຼຸດລົງປະມານ 3-4 % ຫຼື ສູງກວ່າ. ຂໍໃຫ້
ພໍ່ແມ່ປະຊາຊົນຈະເອົາໃຈໃສ່, ສ້າງເງື່ອນໄຂທີ່ສະດວກໃຫ້ແກ່ພາລະກິດແຫ່ງການຮໍ່າຮຽນຂອງລູກຫຼານຕົນ ຍ້ອນວ່າການຮຽນແມ່ນ
ເສັ້ນທາງເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ.
ໃນໂອກາດນີ້, ທ່ານ ຫວໍ ວັນ ເຖືອງ ແລະ ການນຳແນວໂຮມປະເທດຊາດຫວຽດນາມ, ແຂວງ ຝຸອຽນ ໄດ້ມອບຂອງຂວັນໃຫ້
ແກ່ພະນັກງານຄຸ້ມຄອງການສຶກສາ, ຄູສອນດີເດັ່ນ, ພໍ່ແມ່ປະຊາຊົນທີ່ມີອິດທິພົນຊື່ສຽງ ແລະ ນັກຮຽນດີເດັ່ນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/11/2023